บดกอนเทดลาว นกไม่ฟังจ่าฝูง ບົດກອນເທດ ນິທານ ເຣື້ອງ ນົກ ບໍ່ຟັງ ຄວາມນາຍ

# ບົດກອນເທດ ນິທານ ເຣື້ອງ :
" ນົກ ບໍ່ຟັງ ຄວາມນາຍ "

นกน้อย นกโฟม นกปลอม ขนาดเล็ก: ซื้อขาย อุปกรณ์งานฝีมือทั่วไป ...

ນະໂມ................. ( 3 ເທື່ອ )

* ບັດນີ້ ຟັງຄະຕິ ດີເວົ້າ ເລົ່ານິທານ ພາກັນມ່ວນ
ຂໍເຊີນຊວນ ພວກພີ່ນ້ອງ ລອງຟັງໝ້ອງ ປ່ອງຊິໄປ
ຕັ້ງແຕ່ຄາວ ຄັ້ງນື່ງໄດ້ ທີ່ປ່າໃຫຍ່ ດົງດອນ
ຢູ່ໃກ້ເມືອງ ພາຣານະສີ ນະຄອນ ເປັນບ່ອນນອນ ພວກສັດຢັ້ງ...
ສັກກຸນາ ມາເຮັດເຮືອນຮັງສ້າງ ຢູ່ໄຮງາມ ໃຫຍ່ຕົ້ນນື່ງ
ເປັນຮົ່ມງາມ ຢູ່ຈື້ງພື້ງ ຄຶງໄວ້ ເຕີບໃຫຍ່ດີ...
* ບໍ່ຍາກຫັຍງ ດີ້ໆ ຢູ່ກັບທີ່ ກໍມີກິນ
ນົກທັງຫຼາຍ ສະໜຸກບິນ ມ່ວນຍິນ ໂຮມຕ້ອນ
ຫຼາຍພັນໂຕ ໄດ້ມາຂ້ອນ ມາງອຍຄອນ ຊ້ອນກີ່ງງ່າ
ບໍ່ໄດ້ນຶກ ສາວ່າ ສາຂາງາມ ກີ່ງໄມ້ ຈະຜັນຮ້າຍ ຢ່າງງ່າຍດາຍ...
* ອັນວ່າ ສີ່ງທີ່ຮ້າຍ ບໍ່ໄດ້ໃສ່ ນໍໃຈຫຼຽວ
ຄິດວ່າ ໄຮຮວງຮຽວ ກໍແກ່ນໜຽວ ຢູ່ພໍແລ້ວ
ຜ່ານຫົວລົມ ທີ່ລາມແສ້ວ ກໍເປັນແລວ ຢູ່ຫຼາຍເທື່ອ
ໄຮກໍຍັງເປັນໄຮ ທີ່ກໍ່ເກື້ອ ເປັນເຄືອກ້ຽວ ຢ່າງໝັ້ນດີ
* ບໍ່ໄດ້ຄິດ ດີ້ໆ ກັບພື້ນທີ່ ແສນສະບາຍ
ບໍ່ໄດ້ຄິດວ່າ ມັນຈະເສຍຫາຍ ສີ່ງໃດ ທະລາຍໄດ້
ສະໜຸກກິນ ສະໜຸກໄຈ້ ໝາກໂພໄຮ ທີ່ຫອມອ່ອນ
ສະໜຸກຢູ່ ສະໜຸກນອນ ສົ່ງສຽງວອນ ອອດອ້ອນ ສະອອນຫຼີ້ນ ກີ່ນພຶກສາ...
* ຈັ່ງວ່າ ສີ່ງນີ້ນາ ເຣື້ອງທີ່ວ່າ ຈັດມາໜັກ
ຫຼາຍພັນຕາ ບໍ່ມອງຄັກ ມັກບໍ່ເຫັນຈະແຈ້ງ
ເຖີງວ່າ ສົດໃສແຫ້ງ ມາແຄງກາຍ ໃກ້ກໍຊ່າງ
ຫາກສະຕິ ບໍ່ຕໍ່ຕັ້ງ ອີ່ຫັຍງນັ້ນ ກໍບໍ່ເຫັນ
* ເໝືອນດັ່ງ ເຣື້ອງນີ້ເນັ້ນ ໃຫ້ເຫັນບ່ອນ ນໍເປັນໄປ
ມີເງື່ອນໄຂ ເປັນໄຟ ຢ່າງງ່າຍດາຍ ຈາກໄຮນັ້ນ
ສາຂາ ເຝືອແຝງຝັ້ນ ສຽດສີກັນ ຕັ້ງຫຼາຍເຊັ່ນ
ຈະເປັນໄຟລຸກເຕັ້ນ ກະເດັນໄໝ້ ຢ່າງງ່າຍດາຍ
* ເມື່ອລົມແຮງ ແຮ່ງຈະຮ້າຍ ໃຫ້ງ່າງ່າຍ ໄດ້ໄຫວປິວ
ປະກົດການ ຄັວນຂິວ ຂີ້ເຖົ່າປິວ ຄືໄຟແທ້
ພັຍມືດດຳ ມັນມາແຫຍ້ ບໍ່ປະແປະ ໃຫ້ໃກ້ມໍ່
ບໍ່ຕ້ອງລໍ ໃຫ້ຈໍ້ ມັນຈະສໍ້ ເມື່ອລຸນ
* ເຮົາຕ້ອງບອກ ພີ້ພຸ້ນ ໃຫ້ຂ້ຽວຂຸ່ນ ໜີໄວວາ
ກ່ອນຈະເຖີງ ຄາວຄາ ອັນໃຫຍ່ມາ ໜາໃກ້
ເຮົາຕ້ອງ ຂົນຄົວໃຫ້ ໄດ້ໜີໄວໄປທີ່ອື່ນ
ກ່ອນວ່າ ໄຟຈະລຸກຂື້ນ ເຮົາຄົງຟື້ນ ສູ່ທີ່ດີ
* ຫົວໜ້ານົກ ບອກຊີ້ ວ່ານ້ອງພີ່ ຣີບໜີໄວ
ຜູ້ຢ້ານກົວ ທັງຫຼາຍ ກໍຜ່າຍໄປ ຕາມເວົ້າ
ແຕ່ຜູ້ທີ່ເມົາ ເຮືອນຢ້າວ ເອົາຮວງຮັງ ຈັ້ງເປັນໃຫຍ່
ຄິດວ່າພັຍ ຊິມາບໍ່ມໍ່ໃກ້ ທັງຫຼາຍນັ້ນ ຊິບໍ່ຈິງ...
* ເຮົາຕ້ອງຢູ່ ນີ້ງໆ ຢ່າຕີງຕື່ນ ຂັວນພະຫວາ
ໄຟຢູ່ໃສ ຈະມາຮະ ແຕກຊະຊາຍ ໃຫ້ຕາຍນີ້
ຢູ່ກັນມາ ແຕ່ຄາວກີ້ ບໍ່ເຫັນມີ ຫັຍງຈັກເທື່ອ
ເຮົານີ້ ບໍ່ຢາກເຊື່ອ ເຄືອໄຮຂຽວ ຂະໜາດນີ້ ມີໄຟຈີ້ໄດ້ຈ້ງໃດ...
* ໃຜຢາກຍ້າຍ ກໍຍ້າຍ ວ່າມັນງ່າຍ ກໍໄປສາ
ເຮົາບໍ່ເສຍ ເວລາ ດອກວ່າໄປ ໃຫ້ມັນຍາກ
ເຮົາບໍ່ໄປ ໄກຈາກ ພາກເຮືອນຊານ ບ້ານທີ່ບ່ອນ
ຍ້າຍບ່ອນຢູ່ ບ່ອນນອນ ເຣື້ອງອັນໃດ ຈະເຄັ່ງຮ້ອນ...
ປາກບອນນັ້ນ ວ່າເກັ່ງຫຼາຍ..!
* ສັງກໍເປັນ ເຣື້ອງຮ້າຍ ເຂົາທັ່ງໃສ່ ບໍ່ເຫັນດອມ
ໄປແຕ່ຊຸມ ທີ່ຍິນຍອມ ດ່ອມຫົວ ຕາມຫຼັງເຈົ້າ
ເຂົາກໍເອົາ ຕົນເຂົ້າ ພະເນົາໄພ ປ່າໄມ້ໃຫຍ່
ສ່ວນຜູ້ເຫຼືອ ບໍ່ຢາກຍ້າຍ ທັງຫຼາຍນັ້ນ ເກືອບເຄີ່ງກ້ນ
* ມັນກໍເຖີງ ບ່ອນບັ້ນ ພ້ອມກັນທົ່ວ ໝົດຊີວິດ
ຍາມນົກນອນ ມີ່ມິດ ບໍ່ຄິດພັຍ ໂພຍຕ້ອງ
ໃຜກໍເນົາ ໃນຫ້ອງ ປະຄອງຮັງ ຕຸ້ມໄຂ່
ໄຟກໍລຸກ ໄວ່ໆ...ນົກກໍຕາຍ ກວາດກ້ຽງ ໝົດສ້ຽງ ຄູ່ສູ່ໂຕ
* ບໍ່ໄດ້ໂອ້ ໄດ້ໂອ້ ເພາະໄຟໂຜ່ ມະຫຶມາ
ເຣື້ອງອີ່ຫັຍງ ຈະມາຄາ ສ່ຳປາດົງ ດອນໄມ້
ລົມພັດຕີ ມາໃກ້ ເພີ້ມແຮງໄຟ ຈົນງ້ອງໄງ່
ຕາຍຍ້ອນ ພັຍມໍ່ໃກ້ ງ່າໄຮຕົ້ນ ບ່ອນສຽດສີ
* ຈັ່ງວ່າ ສີ່ງເຣື້ອງນີ້ ມີມາທີ່ ໃນຊາດົກ
500 ຊາຕ ໄດ້ຍໍຍົກ ພົກມາ ພໍຟັງຮູ້
ວ່າ ນົກທັງໂງ່ ທັງມາສູ້ ຖູສະຫາວ ໂອ້ອວດເກັ່ງ
ຍາມພໍຄັດ ກໍບໍ່ເຄັ່ງ ເລີຍວ່າເຖີງ ບ່ອນເຈັ້ງ ຈົນເອງນັ້ນ ລົ້ມທ່າວຕາຍ...
* ຍາມໝູ່ ເຕືອນບອກໃຫ້ ຫາກໃຈໃສ່ ສະໝອງຄິດ
ຫາກວ່າຈັກ ຕາມຕິດ ຮູ້ຖືກຜິດ ດີນັ້ນ
ຮູ້ຈັກເດີນ ຈັກດັ້ນ ວ່າສຳຄັນ ປອດພັຍກ່ອນ
ເຄາະອຸບາທ ບໍ່ອາດຕ້ອນ ໃຫ້ເຮົາຂ້ອນ ສູ່ບ່ອນຕາຍ...
ສູ່ບ່ອນຕາຍ...ໄດ້ດອກນ່າ...ສັທທາ ເອີຍ...ເອືະ..ເອື່ຍ...
ນັ້ນລະນາ....ນິຕຖິຕາ...ສາທຸ.../

Post a Comment

0 Comments