5 ປ - ປ້ອງກັນໄຂ້ຍຸງລາຍ

ກະຊວງສາທາລະນະສຸກ ໄດ້ມີການປະກາດແຈ້ງເຕືອນ ບັນຫາໄຂ້ເລືອດອອກ ທີ່ມາຈາກຍຸງລາຍເປັນພາຫະນຳເຊື້ອ ໂດຍສະເພາະໃນຊ່ວງໜ້າຝົນນີ້ ທີ່ຍຸງລາຍມີການແຜ່ພັນໄດ້ໄວຫຼາຍ ສາເຫດຈາກນ້ຳຄ້າງເພີ່ມຂື້ນຈາກໄລຍະຝົນຕົກ

5 ປ - ປ້ອງກັນໄຂ້ຍຸງລາຍ

ປ ທີ 1 ປິດ​ຝາ​ພາຊະນະ​ທີ່​ເກັບ​ນ້ຳ​ໃນເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່ໃຫ້​ຍຸງ​ມາ​ໄຂ່​ໃສ່ 
ປ ທີ 2 ປ່ຽນ​ນ້ຳ​ໃນ​ພາຊະນະ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ ປ ທີ 3 ປ່ອຍ​ປາ​ຫາງ​ນົກ​ຍຸງເພື່ອ​ກິນໜອນ​ນ້ຳ ປ ທີ 4 ປັບປຸງ​ການ​ອະນາໄມ ສິ່ງແວດລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີກະໂປະກະ​ປ໋ອງ ຢາງ​ຕີນລົດ​ເກົ່າທີ່​ມີ​ນ້ຳ​ຂັງ ປ ທີ 5 ຄືປະຕິບັດ​ໃຫ້​ເປັນ​ນິໄສປະຈຳ​ທຸກໆ​ອາທິດ 

Image result for dengue mosquito prevention
ຖ້າ​ເປັນໄຂ້ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ ຖ້າ​ຫາກທຸກ​ຄົນ​ປະຕິບັດ​ໄດ້​ຕາມ 5 ປ ຢ່າງເຂັ້ມ​ງວດ​ກໍ່​ຈະ​ສາມາດ​ຫຼຸດຜ່ອນ ແລະ ປ້ອງ​ກັນ​ການ​ເຈັບເປັນຈາກ​ພະຍາດ​ດັ່ງກ່າວ​ນີ້​ໄດ້.

Post a Comment

0 Comments