ຕໍານານໂພນສັນ ແລະ ຮອຍພະບາດ


ວັດພະທາດພະບາດຕັ້ງຢູ່ແຄມທາງເລກທີ່ 13 ໃຕ້ເປັນເສັ້ນທາງຜ່ານເໜືອ -  ໃຕ້ ທີ່ເໝາະສົມຕໍ່ການທ່ອງທ່ຽວ ທາງດ້ານວັດທະນະທໍາ, ເຂດທົ່ງພຽງລ້ອງແມ່ນໍ້າ 5 ສາຍຄື: ແມ່ນໍ້າຂອງ, ນໍ້າງຽບ, ນໍ້າຊັນ, ນໍ້າສາ ແລະ ນໍ້າກະດິງ, ເພີ່ນໄດ້ພົບເຫັນຊາກເມືອງບູຮານ ຢູ່ຫຼາຍແຫ່ງຊຶ່ງເປັນບ່ອນຊຸມຊົນແໜ້ນໜາ ຕັ້ງບ້ານເຮືອນທີ່ຢູ່ອາໃສ,  ທໍາມາຫາກິນທີ່ມີຄວາມອຸດົມສົມບູນທາງທໍາມະຊາດ ຂອງທົ່ງພຽງລ້ອງແມ່ນໍ້າແຕ່ລະສາຍ ກາຍເປັນແຫຼ່ງອະລິຍະທໍາຈະເລີນຮຸ່ງເຮືອງ ມາແຕ່ສະໄໝອານາຈັກສີໂຄດຕະບອງ, ຈົນມາຮອດອານາຈັກລ້ານຊ້າງເພີ່ນໄດ້ພົບເຫັນຊາກເມືອງບູຮານຕ່າງໆເຊັ່ນ: ເມືອງໂພນຈິກ-ວຽງງົວ, ເມືອງຊຽງສາ, ເມືອງພະນໍ້າຮຸ່ງ, ເມືອງນຽກ, ເມືອງວຽງສຸລິນດັ່ງນິ້ເປັນຕົ້ນ ເມືອງໂພນຈິກ-ວຽງງົວ ຕັ້ງຢູ່ລະຫວ່າງທ່າໂພນສັນ ເຂດດຽວກັບວັດພະບາດ ເປັນແຫຼ່ງປະຫວັດສາດ ທີ່ມີຄວາມສີວິໄລແຫ່ງໜຶ່ງ ທີ່ບໍ່ທັນໄດ້ຂຸດຄົ້ນທາງບູຮານວິທະຍາ ແຕ່ເຂດດັ່ງກ່າວສ້າງຕັ້ງເປັນນະຄອນລັດ ໃນສະໄໝອານາຈັກສີໂຄດຕະບອງ ຄຽງຄູ່ກັບເມືອງພະນໍ້າຮຸ່ງ, ເມືອງສີໂຄດ, ພະທາດພະນົມ, ພະທາດອີງຮັງ, ເມືອງສາເກດສວນຕານ ເຊິ່ງເປັນບໍລິເວນທີ່ຕັ້ງພະທາດໂພນ ແຂວງສະຫວັນນະເຂດ ໃນປະຈຸບັນ ບໍລິເວນໂພນຈິກ-ວຽງງົວ ດັ່ງກ່າວຈຶ່ງສັນນິຖານເບື້ອງຕົ້ນວ່າແມ່ນ ຂອບເຂດພະບາດໂພນສັນກວມເອົາເນື້ອທີ່ ປະມານ 4 ກິໂລຕາແມັດ ວັດພະທາດພະບາດ - ໂພນສັນ ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ, ວັດທະນະທໍາ - ສັງຄົມ ມາແຕ່ດົນນານ, ເປັນສູນລວມ ຈິດໃຈ ຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນບ່ອນເຄົາລົບບູຊາກາບໄຫວ້ ຂອງຄົນລາວເຮົາ

ຕໍານານໂພນສັນ ແລະ ຮອຍພະບາດ


ໃນຕໍານານອູລັງຄະທາດກ່າວໄວ້ວ່າ ພະອໍລະຫັນສາມອົງຊື່ວ່າ ພະມະຫາພຸດທະລັກຂິຕະ, ພະມະຫາທໍາມະລັກຂິຕະ ແລະ ພະມະຫາສັງຄະລັກຂິຕະ ໄດ້ນໍາເອົາພະບໍລົມມະສີລິກະທາດ ມາແຕ່ປະເທດອິນເດຍຄື ພະບໍລົມມະສີລິກະທາດຫົວເນົ່າ ໄປປະດິດສະຖານໄວ້ທີ່ພູເຂົາຫຼວງ (ທາດຫຼວງວຽງຈັນປັດຈຸບັນ) ສ້າງຝາອຸໂມງໄວ້ທັງສີ່ດ້ານ ດ້ານລະຫ້າວາ ໜາສອງວາ ສູງສີ່ວາສາມສອກ, ພະບໍລົມມະສີລິກະທາດຝາເທົ້າຂວາ ໄປປະດິດສະຖານໄວ້ທີ່ເມືອງຫຼ້າ ໜອງຄາຍ ສ້າງເປັນອຸໂມງກວ້າງ ດ້ານລະສອງວາ ສອງສອກ ສູງສາມວາ ແລະ ພະບໍລົມມະສີລິກະທາດແຂ້ວຝາງ ໄປປະດິດສະຖານໄວ້ທີ່ໂພນຈິກ-ວຽງງົວ ຄືວັດພຣະບາດ ພ້ອມດຽວກັນກັບມື້ສ້າງພະທາດພະນົມ, ພະທາດອີງຮັງ, ພະທາດໂພນ ແລະ ພະທາດເຊີງຊຸມ, ເຂດໂພນຈິກ - ວຽງງົວ ເປັນເຂດຂອງເມືອງສຸວັນນະພູມ ໃນສະໄໝພຸດທະການ ແລ້ວກາຍມາເປັນເຂດແດນຂອງອານາຈັກລ້ານຊ້າງ ປະມານ 600 ຫາ 700 ປີຜ່ານມາ.

ມີເຈົ້າສັດທາຕະກຸນໜຶ່ງຈາກເມືອງວຽງຈັນ ມາຄົ້ນພົບເຫັນຮອຍພະບາດທີ່ມີເສົາ ໄມ້ແກ່ນລົ້ມທັບພ້ອມທັງກ້ອນຫີນໜາມໜໍ່ ກໍ່ເປັນຝາຫັກຊະຊາຍຢູ່ບ່ອນນັ້ນ ຈຶ່ງພາກັນເລີກອອກທໍາຄວາມສະອາດແລ້ວເຫັນຮອຍພະບາດກວ້າງ 1,20 ແມັດ, ຍາວ 2,40 ແມັດ ແລະ ເລິກ 0,02 ແມັດ ເຊິ່ງເຂົ້າໃຈວ່າແມ່ນຊາກຫໍກວມຮອຍພະບາດຫຼັງເກົ່າ ສ້າງມາດົນນານປານໃດແລ້ວນັ້ນບໍ່ມີໃຜຮູ້ ແຕ່ເບິ່ງຕາມກ້ອນຫີນໜາມໜໍ່ແລ້ວ ອາດຈະສ້າງຂື້ນໃນສະໄໝເພີ່ນສ້າງວັດພູຈໍາປາສັກ ສະຕະວັດທີ່ 6 ບໍລິເວນວັດພະທາດພະບາດ ກວມເອົາຜະລານຫີນທໍາມະຊາດທັງໝົດ 1.200 ເຮັກຕາ ເຊິ່ງເລີ່ມສ້າງມາແຕ່ປີ ພສ 902 ສັນນິຖານຢູ່ສີມຮ້າງ ແລະ ຊາກອຸບມຸງກວມຮອຍພະບາດ.

  ໃນຄັ້ງໜຶ່ງພະພຸດທະເຈົ້າໄດ້ສະເດັດຈາກໜອງຄັນແທ້ຜີເສື້ອນໍ້າ ຫຼື ພູເຂົາຫຼວງ ມາຕາມແຄມແມ່ນໍ້າຂອງ ພັກເຊົາຢູ່ໂພນຈິກ-ວຽງງົວ ພະຍານາກສອງຕົນໄດ້ເຫັນພະພຸດທະເຈົ້າສະເດັດມາເຖິງໂພນຈິກ-ວຽງງົວ ກໍ່ມີຄວາມເຫຼື້ອມໃສສັດທາອອກມາຕ້ອນຮັບ ແລະ ກາບໄຫວ້ພະພຸດທະເຈົ້າໃຫ້ພັກເຊົາສັນເພນຢູ່ທີ່ນີ້ ແຕ່ວ່າບໍລິເວນສະຖານທີດັ່ງກ່າວລ້ວນແຕ່ແມ່ນບ່ອນຝັງສົບຂອງຄົນເຮົາ ພະຍານາກທັງສອງຈຶ່ງໄດ້ກວາດເອົາດິນຫີນຊາຍ ຕຸ້ມຂື້ນໃຫ້ເປັນໂພນສູງໃຫຍ່ ເພື່ອໃຫ້ພະພຸດທະເຈົ້າໄດ້ນັ່ງສັນເພນ ຢູ່ເທິງຈອມໂພນນັ້ນຈຶ່ງເອີ້ນວ່າໂພນສັນ, ພະຍານາກທັງສອງທີ່ມີຈິດໃຈສັດທານໍາພຸດທະສາສະໜາ ໄດ້ທູນຂໍເອົາຮອຍພະບາດນໍາພະພຸດທະເຈົ້າ ເພື່ອເປັນທີ່ກາບໄຫວ້ເຄົາລົບບູຊາຈຶ່ງໄດ້ຢຽບຮອຍພະບາດ ໄວ້ພະລານຫີນບໍລິເວນບ່ອນຕັ້ງວັດພະບາດຢູ່ໃນປະຈຸບັນນີ້ ຈຶ່ງໄດ້ເອີ້ນກັນວ່າ ວັດພະບາດໂພນສັນສືບກັນຕໍ່ໆມາ.


 ໄປຄຽງຄູ່ກັບອະລິຍະທໍາແຫ່ງໂພນຈິກ-ວຽງງົວ ໃນສະໄໝນັ້ນ ມາຮອດປະຈຸບັນເພີ່ນໄດ້ຄົ້ນພົບເຫັນວັດຖຸບູຮານ ແລະ ພະພຸດທະຮູບທີ່ເກົ່າແກ່ຈໍານວນຫຼວງຫຼາຍເຊັ່ນ: ເພີ່ນໄດ້ຄົ້ນພົບພະພຸດທະຮູບຄໍາ, ທອງ ແລະ ເງີນ ຈໍານວນ138 ອົງ ຢູ່ບ້ານຜາໂປງໃນປີ 2011, ຄ້ອງທອງ 4 ອັນ ແລະ ຊີງແຊ່ງ ຈໍານວນ 25 ອັນ ທີ່ບ້ານນາ ປີ 2014,  ພົບຮອຍພະບາດທີ່ພູຊະແນນບ້ານນາໄຊ  ປີ 2008, ພະພຸດທະຮູບຄໍາທີ່ສັກສິດ 11 ອົງ ປະຊາຊົນໄດ້ມາຈາກພູເຂົາຄວາຍ ແລ້ວມາຖວາຍພະອາຈານສີທັດໃນໄລຍະກໍ່ສ້າງພະທາດໃນປີ 1973 ແລະ ແຫ່ງອື່ນໆ ຕາມການສັນນິຖານຂອງວິຊາການກົມມໍລະດົກວ່າໂພນຈິກ-ວຽງງົວ ແມ່ນເມືອງລາວບູຮານທີ່ມີຄວາມຮຸ່ງເຮືອງ ທາງພຸດທະສາສະໜາມາແຕ່ສະໄໝອານາຈັກສີໂຄດຕະບອງ.

ການບູລະນະປະຕິສັງຂອນຮອຍພະບາດແຕ່ລະໄລຍະ
ໄລຍະທີ່1:
ການບູລະນະປະຕິສັງຂອນ ເຮັດຫໍກວມຮອຍພະບາດ ເພີ່ນໄດ້ເອົາຫີນແລງ ເຊິ່ງເປັນຫີນທໍາມະຊາດ ຂະໜາດກວ້າງ ປະມານ 1 ຄືບ ໜາ ປະມານ 1 ຄືບ ມີບາງກ້ອນຍາວປະມານ 1 ສອກ ເປັນເໝືອນດັ່ງເປືອກໝາກໂມງຕົກຜ່າເຄິ່ງ.
ໄລຍະທີ່ 2: 
ເພີ່ນໄດ້ເອົາຫີນແລງແບບເກົ່າ ມາກໍ່ເປັນເສົາຈໍານວນ 4 ເສົາ ແຕ່ລະເສົາສູງ 6 ສອກ ແລະ ໃຫຍ່ 2 ສອກ ມຸງດ້ວຍຫຍ້າຄາ ພື້ນອອ້ມຮອບຮອຍພະບາດປູດ້ວຍຫີນແລງທໍາມະຊາດ ເຖິງຂວບມື້ຂື້ນ 14-15 ຄໍ່າວັນເພັງເດືອນຍີ່ທຸກໆປີ ຈະມີການເຮັດບຸນສະຫຼອງສົມໂພດການໄຫວ້ສັກກະລະບູຊາ.
ໄລຍະທີ່3:
ໂດຍແມ່ນຍ່າທ່ານພະອາຈານສີທັດ ແລະ ຍ່າທ່ານພະອາຈານ ເພົ້າ ມາບູລະນະປະຕິສັງຂອນ ຮອຍພະບາດຄືນໃໝ່ ແລະ ສ້າງສາພັດທະນາວັດວາອາຮາມຂື້ນໃນປີ ພສ 2476 ກົງກັບ ຄສ 1933, ຈສ 1295 ໂດຍແມ່ນສັດທາຂອງທ່ານ ຄໍາຜາ ສຸວັນນະວົງ ເຈົ້າເມືອງເມືອງວຽງຈັນ ພະອາຈານສີທັດ ສຸວັນນະມາໂຈ ໄດ້ນໍາພາອອກຕົນຍາດໂຍມ ກໍ່ສ້າງຫໍອຸບມຸງຮອຍພະພຸດທະບາດ, ພຸດທະສີມມາ, ກຸດຕິ ແລະ ເຮືອນຄົວເປັນເວລາ 8 ປີ ຈຶ່ງໄດ້ມໍລະນະພາບ ໃນປີ ຄສ 1941 ລວມອາຍຸໄດ້ 80 ປີ ທ່ານພະອາຈານເພົ້າ ພຸດທະວັງໂສ ເປັນຜູ້ສືບຕໍ່ນໍາພາ ພະສົງສໍາມະເນນ ອອກຕົນຍາດໂຍມ ບູລະນະປະຕິສັງຂອນເປັນເວລາ 48 ປີ ຈົນມາເຖິງປີ ຄສ 1981 ຈຶ່ງໄດ້ມໍລະນະພາບ ລວມອາຍຸໄດ້ 84 ປີ ແລະ ຍ່າທ່ານພະອາຈານ ຖະຫວິນ ສິຣິວັດທະໂນ ໄດ້ສືບຕໍ່ມາຈົນເຖິງປະຈຸບັນນີ້ ວັດພະບາດໂພນສັນຕັ້ງຢູ່ແຄມທາງເລກທີ່ 13 ໃຕ້ຫ່າງຈາກເທດສະບານເມືອງປາກຊັນ ໄປຫາທາງເໜືອ 64 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງວຽງຈັນທາງໃຕ້ 81 ກະິໂລແມັດ.
 ວັດພະທາດພະບາດ-ໂພນສັນ ມີຄຸນຄ່າ ແລະ ຄວາມສໍາຄັນເຊັ່ນ



 ຍ້ອນວັດພະທາດພະບາດ - ໂພນສັນ ມີທີ່ຕັ້ງສວຍງາມ ມີສະພາບແວດລ້ອມ ທີ່ອຸດົມສົມບູນທີ່ເປັນເອກະລັກສະເພາະຂອງພື້ນທີ່ ເປັນສູນລວມທາງສາສະໜາ ທີ່ປະຊາຊົນລາວໃຫ້ຄວາມເຄົາລົບນັບຖື ຜ່ານການສໍາຫຼວດ ແລະ ປະເມີນຜົນຕົວຈິງເຫັນວ່າວັດພະທາດພະບາດ-ໂພນສັນ ແມ່ນຫຼັກຖານອັນໂດດເດັ່ນ ທີ່ສະແດງເຖິງຜົນງານຊິ່ນເອກຂອງການສ້າງສັນ ທີ່ມີຈຸດທີ່ຕັ້ງ ແລະ ເອກະລັກສະເພາະຂອງການຈັດວາງແຜນຜັງ ໂຄງປະກອບຂອງພື້ນທີ່ອາຄານທາງພຸດທະສາສະໜາ ມີຄວາມໂດດເດັ່ນທາງດ້ານປັດຕິມະກໍາ ແລະ ມີຄວາມເກົ່າແກ່, ມາຮອດປະຈຸບັນ ວັດດັ່ງກ່າວ ຈື່ງໄດ້ຮັບຮອງເປັນມໍລະດົກຂອງທ້ອງຖິ່ນ ແຂວງບໍລິຄຳໄຊ ໃນວັນທີ 22 ມັງກອນ 2016 ເປັນຕົ້ນມາ

Post a Comment

0 Comments