ພື້ນຖານການອອກແບບ ສືໂຄສະນາ ຫຼື ສື່ສັ່ງພິມສຳຄັນແນວໄດໃນການນຳມາໃຊ້ຕົວຈິງ ?

ສະບາຍດີທຸກໆທ່ານ ມື້ນີ້ຂ້າພະເຈົ້າມີຂໍ້ຄິດ ແລະເຕັກນິກ ບໍ່ຫຼາຍບໍ່ຫນ້ອຍມາເລົ່າຊູ່ຟັງ  ສຳລັບທ່ານທີ່ສົນໃຈດ້ານການອອກແບບ ຫຼື ມືໃຫມ່ເລີ່ມສຶກສາ, ເລີມຮຽນ ລວມໄປເຖິງຜູ້ທີ່ມີປະສົບການ ດ້ານການອອກແບບມາແລ້ວ ເນື່ອງຈາກປະເທດເຮົາມີການແຂ່ງຂັນກັນທາງດ້ານທຸລະກິດຕ່າງໆ ເຊິ່ງທຸລະກິດແະເພດສື່ໂຄສະນາ ສື່ສັງພິມ ທີ່ມີຄວາມໝາຍກວມເອົາທຸລະກິດທີ່ແຍກໂຕອອກມາ ເຊັ່ນ: ງານສະຕິກເກີ້, ງານສະກຼີນເສື້ອ, ງານພິມ ນາມບັດ, ບັດເຊີນ, ບັດເລົ່າບຸນ, ປ້າຍໄຟ, ປ້າຍໄວນິວ, ແບນເນີ້, ປ້າຍແກະສະຫຼັກ ຫີນແກຣນິກ ວາລະສານ, ຫນັງສືພິມ, ໂຄສະນາໂຊຊ້ຽວເນັດເວີກ, ຮ້ານຖ່າຍພາບ , ຮ້ານກ໋ອບປີ້ ແລະ ອື່ນໆນອກຈາກຈະອອກແບບເປັນແລ້ວ ຕ້ອງຮູ້ເຖິງຂັ້ນຕອນການເຮັດວຽກ ການແປງໄຟສ໌ File , ເລື່ອງການປະສົມສີ, ການ save ປະເພດ file ງານໄວ້ ແລະ file ງານທີ່ຈະສັ່ງພິມ ຫຼື ນຳໄປພິມ...
ສະນັ້ນສຳລັບຜູ້ທີ່ເລີ່ມຮຽນຫຼືຜູ້ທີ່ສົນໃຈສຶກສາ ສາມາດນຳໄປໃຊ້ ແລະ ນຳເອົາໄປສຶກສາ ບອກສອນຕໍ່ກັນໄດ້ (ຫາກເຫັນວ່າມີປະໂຫຍດ)
ມາເລີ່ມກັນເລີຍ (ນອກຈາກຈະອອກແບບເປັນແລ້ວ)
1. ເລື່ອງສີ Color
ສີມີຫຼາຍປະເພດໃນໂປຼແກມຄອມພິວເຕີ້ ແລະ ເຄື່ອງພິມ ບໍ່ວ່າທ່ານຈະໃຊ້ໂປຣແກມໄດໃນການອອກແບບ ທ່ານຕ້ອງຮູ້ວ່າ ເຄື່ອງພີມບາງເຄື່ອງ ຈະເລືອກໂຫມດສີທີ່ແຕກຕ່າງກັນ ເຊັ່ນ: ສີ  RGB, CMYK... ຍົກໃຫ້ເຫັນສອງປະເພດຊາເນາະ ເພາະຄົນນິຍົມນຳໃຊ້ກັນ ສີ RGB ເປັນສີປະເພດສົດໃສ ຟຸ້ງຟິງ ງົດງາມເມື່ອເບີ່ງຜ່ານຄອມ ຫຼື ມືຖື ແຕ່ເວລານຳໄປພິມຕົວຈິງ ຜົນໄດ້ແມ່ນບໍ່ງາມ ສີເສົ້າ ສີປ່ຽນ ສະນັ້ນ ຈຶ່ງຕ້ອງປັບໃຫ້ເປັນສີ CMYK ກ່ອນຈຶງນຳເຂົ້າພິມ ແຕ່ຖ້າເຄື່ອງຈັກສາມາດພິມສີ RGB ໄດ້ກໍ່ບໍ່ຈຳເປັນ
2, ໄຟສ໌ File
ສຳລັບໄຟສ໌ ທີຈະນຳໄປພິມ ເຄື່ອງຈັກທີ່ນັກລົງທຶນ ຫືຼ ນາຍທຶນລາວນຳໃຊ້ແມ່ນ ມັກຈະຮອງຮັບ FILE ໄຟສ໌ TIF, JPG, PSD, EPS ການອອກແບບບາງທ່ານອາດໃຊ້ໂປຣແກມຕ່າງກັນເຊັ່ນ PHOTO SHOP ມັກຈະເຊັບຕົ້ນສະບັບເປັນ psd , ໂປຣແກມ COREL DRAW =cdr, AI= EPS...
3, ການແປງໄຟສ໌
ກໍລະນີນີ້ເປັນກໍລະນີທີລູກຄ້ານຳໄຟສ໌ມາໃຫ້ເຮົາເອງ ເຊັ່ນ word, pdf, psd, ai, powerpoint, publisher... ເຊິ່ງຄົນທີ່.ມີເວລາຫຼາຍອາດຈະເຮັດໃຫມ່ ຫຼື ອອກແບບໃຫມ່ໄປເລີຍ ແຕ່ຕ້ອງເຮັດຄືເກົ່າເດີ 555 ສຳລັບຂ້ອຍເອງ ຖ້າເປັນໄຟສ໌ word powerpoint, pdf, ຂ້າພະເຈົ້າຈະແປງfile (save as to pdf ) ເປັນ pdf ແລ້ວໃຊ້ photoshop ເປີດ ແລະ ແກ້ໄຂ ສ່ວນai eps vector ສາມາດເປີດຜ່ານ illustator ຫຼື import ໄປແກ້ໄຂ ເຂົ້າຂະຫນາດຈິງເລີຍດ້ວຍ corel draw,
4, ຄວາມລະອຽດ solution
 ບາງຄົນເຄີຍສົງໃສວ່າ ໃນຄອມຄືແຈ້ງ ຄືງາມແທ້ ແຕ່ພີມອອກມາຄືຂີ້ຮ້າຍແຕ້ເດ. . . ວ່າໄປສາລະພັດ ປັນຫາມີຫລາຍສາເຫດ 1 ເກີດຈາກຮູບຖ່າຍ ຫຼື ຮູບພາບທີ່ບໍ່ລະອຽດ 2 ການເຊັບໄຟສ໌ ໃຊ້ຄວາມລະອຽດຕ່ຳ, 3 ການຕັ້ງຄ່າເວລາອອກແບບ ໃຊ້ຄວາມລະອຽດຕ່ຳ 4ເຄື່ອງພິມ ( ຄວາມລະອຽດປົກກະຕິໃຊ້ 70 ຂື້ນ ຖ້າເປັນງານສັ່ງພິມລະດັບ 1m ຂື້ນໄປ ແຕ່ຖ້າງານພິມນ້ອຍຂະນາດ 4-5 ຊັງຕີ ແມ່ນ ຕ້ອງໃຊ້ຄວາມລະອຽດສູງ 300 - 900 pixcel  ເປັນຕົ້ນ
ຂອບໃຈທີ່ອ່ານຈົນຈົບ ໄວ້ມື້ຫນ້າຖ້າມີຂໍ້ມູນດີໆ ຈະມາເລົ່າປັນຟັງ ສະບາຍດີ

Post a Comment

0 Comments