ລົງ Windows 7 ລົງ Windows 8.1 ດ້ວຍ USB Flash Drive ແລະ ລົງຜ່ານຄວາມຈຳເຄື່ອງຄອມເອງ

ການເຮັດ Boot USB Windows ສະໄໝ­ນີ້­ເປັນ­ທີ່ນິຍົມ­ຫລາຍ­ໃນ­ການ­ຕິດ­ຕັ້ງ Windows ເພາະສະໄໝກ່ອນ­ເວລາ­ເຮົາ­ຈະ­ເຮັດການ­ລົງ Windows ກໍ­ຕ້ອງ­ໃຊ້­ແຜ່ນ DVD or CD ຢ່າງ­ດຽວ­ໃນ­ການ­ລົງ Windows ແຕ່­ສະໄໝ­ນີ້­ເຮົາ­ສາມາດ­­ລົງ Windows ແບບ USB ຫຼື ລົງຜ່ານຄວາມຈຳຕົວເຄື່ອງ ແບບບໍ່ໃຊ້ USB ໄດ້ອີກເຊິ່ງຂ້າພະເຈົ້າຈະນຳສະເໜີຕໍ່ໄປນີ້  ໃນ­ການ­ລົງ­ໄດ້  ສາມາດ­ລົງ­ໄດ້­ຕັ້ງ­ແຕ່  Windows 7, Windows 8.1 ແລະ Windows 10 ສຳລັບ­ບາງ­ຄົນທີ່­ຊື້ Notebook / Laptop ມາ ແຕ່­ບໍ່­ມີ DVD-ROM ມາ­ໃຫ້ ເຮົາ­ກໍ­ຕ້ອງ­ກໍ່ການ­ລົງ Windows ແບບ USB ຜ່ານຄວາມຈຳຕົວເຄື່ອງ  ນີ້­ແຫລະ­ ສຳລັບ ­ໂປ­ແກມ­ທີ່­ມາ­ແນະ­ນຳ­ໃນການເຮັດ­ໄຟລ໌ Boot ຂອງ Windows 7 ນັ້ນ­ກໍ­ຄື ໂປ­ແກມ Windows 7 USB DVD Download Tools   ໂດຍ­ເປັນ­ໂປ­ແກມ­ຂອງ­ທາງ Microsoft ທີ່­ເປີດ­ໃຫ້­ດາວນ໌­ໂຫລດ­ກັນ­ຟຣີໆ
1.)  ການ­ຕຽມ­ການ­ກ່ອນ­ການ­ລົງ Windows 7, Windows 8.1, Windows 10 ແບບ USB Flash Drive
1. ຕຽມ­ໄຟລ໌ ISO Windows 7 / Windows 8.1 ທີ່­ເຮົາ­ຈະ­ກໍ່ການ­ລົງ  ໂດຍ­ສາມາດ­ດາວນ໌­ໂຫລດ­ໄດ້­ຈາກ WebSite Microsoft ຫລື ການ­ຊື້­ຕາມ­ຮ້ານຂາຍແຜ່ນວິນໂດ້ຕ່າງໆ https://www.microsoft.com/en-us/software-download/windows7
2. ດາວນ໌­ໂຫລດ­ໄຟລ໌ Windows 7 USB/DVD Download ToolWindows 10 USB/DVD Download Tool ຫຼື ນໍາໃຊ້ໂປຼແກມ Rufus Rufus ໄວ້ເຮັດບູດ ດ້ວຍ USB Flash Drive
3. ໃຊ້ USB Flash Drive ຂະໜາດ­ຫລາຍກວ່າ­ຫລື­ ເທົ່າ­ກັບ 8GB
ຂັ້ນ­ຕອນ­ການສ້າງ­ໄຟລ໌ Boot Windows 7 - Windows 8.1 ດ້ວຍ USB Flash Drive
ການ­ຕິດ­ຕັ້ງ­ໂປ­ແກມ Windows 7 USB DVD Download Tools  ໃຫ້­ຮຽບຮ້ອຍ  ແລະ­ນຳ USB Flash Drive ສຽບ­ເຂົ້າ­ກັບ­ຄອມພິວເຕີ­ຂອງ­ເຮົາ ໂດຍ­ແນະ­ນຳ­ວ່າ USB ທີ່­ເຮົາ­ເອົາ­ມາ­ເຮັດ­ເປັນ USB Boot ແນະ­ນຳ­ວ່າ­ໃຫ້ເປັນ USB ທີ່­ບໍ່­ມີ­ຂໍ້­ມູນ­
1. ­ເປີດ­ໂປ­ແກມ Windows 10 USB DVD Download Tools  > ກົດ Browse ຫາ­ໄຟລ໌. ISO Windows 7  > Next
2.  ເລືອກ USB Device

3. ເລືອກ Drive ຂອງ USB Flash Drive> ກົດ Begin Copying
4. ຖ້າ­ຈົນ­ກວ່າ ຈະ­ເຮັດ­ສຳເລັດ ໂດຍ­ເປັນ­ການ Copy File. ISO ຈາກ­ຄອມພິວເຕີ­ເຮົາ­ລົງ­ໄປ­ຍັງ­ໃນ USB ແບບ­ແຕກ­ໄຟລ໌­ ແລະ ຈະ­ມີ­ໄຟລ໌ Boot ສາມາດໄປຕິດຕັ້ງໄດ້


2.) ລົງ Windows  USB ດ້ວຍ­ໂປ­ແກມ Rufus
ໂດຍ­ກ່ອນ­ການ­ລົງ Windows USB ເຮົາ­ຈະ­ຕ້ອງ­ສ້າງ­ໄຟລ໌ Boot Windows USB ໃຫ້­ສຳເລັດ­ສິ້ນ­ກ່ອນ
1. ດາວນ໌­ໂຫລດ­ໂປ­ແກມ Rufus> ຈາກ­ນັ້ນ­ສຽບ USB ເຂົ້າ­ກັບ­ຄອມພິວເຕີ­ຂອງ­ເຮົາ> ­ເປີດ­ໂປ­ແກມ Rufus
2. ອະທິບາຍ­ໃນ­ສ່ວນ­ຕ່າງ
Device: ຈະ­ເປັນ­ຊື່­ຂອງ USB FlashDrive ຂອງ­ເຮົາ
Partition schema 

MBR Partition schema for BIOS or UEFI Computer : ເປັນ­ການ Boot Windows ຜ່ານ BIOS ເປັນ­ຮູບ­ແບບ­ເກົ່າ (ສ່ວນ­ຫລາຍ­ຍັງ­ນິຍົມ­ແບບ­ນີ້)  ຖ້າ Harddisk ຂອງ­ເຮົາ­ມີ­ຂະໜາດ­ນ້ອຍ­ກວ່າ 2 TB ແລະ­ຕ້ອງ­ການ­ລົງ Windows ແບບ­ເດີມ ໆ ກໍ­ໃຫ້­ເລືອກ­ອັນ­ນີ້ ໂດຍ­ທີ່ BIOS ບໍ່­ໄດ້­ປັບ­ໃຫ້­ເປີດ­ລົງ­ແບບ UEFI
MBR Partition for UEFI : ເໝາະ­ສຳລັບ­ເມນ­ບອລ໌­ດະ­ທີ່­ຮອງ­ຮັບ­ການເຮັດວຽກງານ­ແບບ UEFI ແລະ­ ເປີດ­ໃຊ້ Boots ແບບ UEFI (ແບບ­ນີ້­ກໍ­ເລີ່ມ­ເປັນ­ທີ່­ນິຍົມ)  ຖ້າ Harddisk ຂອງ­ເຮົາ­ມີ­ຂະໜາດ­ນ້ອຍ­ກວ່າ 2TB ແຕ່­ໃນ BIOS ປັບ­ໃຫ້ເປັນ Boots ແບບ UEFI
GPT Partition UEFI  : ເໝາະ­ສົມ­ສຳລັບ Harddisk ທີ່­ມີ­ຂະໜາດ­ເກີນ­ວ່າ 2 TB ຫລື­ເປັນ Harddisk ບ່ອນເຮັດວຽກ Convert MBR> GPT ເປັນ­ທີ່­ຮຽບຮ້ອຍ ແລະ­ຕ້ອງ­ການ­ລົງ­ແບບ UEFI

















ເມື່ອ­ເລືອກ­ສຳເລັດ­ໝົດ­ແລ້ວ­ໃຫ້­ກໍ່ການ­ກົດ Start ເພື່ອ­ເຮັດ­ໄຟລ໌­ໃນ­ການ Boot Windows
ຈາກ­ນັ້ນ­ເຮົາ­ກໍ­ລົງ Windows 7 / Windows 8.1 ຫລື Windows 10 ໄດ້­ຕາມ­ປົກກະຕິ­ເໝືອນ­ກັບ­ການ­ລົງ Windows ແບບ­ໃຊ້ CD/DVD ໄດ້­ແລ້ວ 
3.) ວິທີ­ລົງ windows 7 ດ້ວຍ Hard Disk ໃນ­ເຄື່ອງ

ບໍ່­ຕ້ອງ­ງໍ້ DVD, USB drive, HDD Ex ດ້ວຍ­ການ­ຕິດ­ຕັ້ງ windows 7 8 10 ຜ່ານ hard disk ໃນ­ເຄື່ອງ ວິທີ­ຕິດ­ຕັ້ງ windows ແບບ­ນີ້­ວ່ອງໄວ­ບໍ່­ເປືອງ ແຜ່ນອີກດ້ວຍ­ເລີ່ມ­ກັນ­ເລີຍເນາະ

1.
ຕ້ອງ­ແຕກ­ໄຟລ໌ windows 7 8 10 ຊຶ່ງ­ຈະ­ມາ­ໃນ­ຮູບ ໄຟລ໌ ISO ຫລື­ຈະ copy ຈາກ­ແຜນ windows 7 8 10 ໂດຍ­ກົງ­ເລີຍ­ກໍ່ໄດ້ ຂ້ອຍແຕກ­ໄຟລ໌ windows ມາ­ເກັບ­ໄວ້­ທີ່ Drive D
ແລ້ວ­ຕັງ­ຊື້­ວ່າ windows 7 ໄດ້­ແລ້ວ­ເຮົາກໍ­ມາ­ເລີ່ມ­ເລີຍ



2. ເປີດ­ເຄື່ອງໃຫມ່ ­ແລ້ວ­ກົດ F8 ລໍ­ໄດ້­ເລີຍ ເຄື່ອງ­ກໍ­ຈະ­ເຂົ້າ­ສູ່­ໜ້າ Advanced Boot Option ໃຫ້­ເລືອກ Repair your computer ແລ້ວ Enter ເລີຍ





3. ລໍຖ້າ­ເຄື່ອງ Loade
4. ເລືອກ Keyboard
5. ເລືອກ Command Prompt  ແລ້ວ­ກົດ Enter ໄດ້­ເລີຍ
6. ເຂົ້າ­ມາ­ໃນ Command Prompt ແລ້­ວ ພິມ "D:" ຊຶງ­ຂ້ອຍເອງ­ໄດ້­ເກັບ­ຂໍ້­ມູນ­ທີ່­ຈະ­ຕິດ­ຕັ້ງ­ໄວ້­ທີ່ Drive D ຖ້າ­ທ່ານ­ເກັບ­ໄວ້ Drive ອື່ນ­ກໍ­ພິມ Drive ທີ່­ທ່ານເກັບ­ໄວ້­ ພິມແລ້ວ­ກົດ Enter ເລີຍ

7. ຕໍ່­ມາ ກໍ­ພິມ­ຄຳ­ວ່າ "cd windows 7" ແລ້ວ­ກົດ Enter ຄຳ­ວ່າ windows 7 ຄື­ໄຟລ໌­ທີ່­ຕັງ­ຊື້­ໄວ້­ໃນ­ຂໍ້ 1 ຖ້າ­ທ່ານ­ຕັ້ງ­ຊື້­ອື່ນ­ກໍ­ປຽນ­ເປັນ­ຊື້­ຂອງ­ທ່ານ "cd..........
8. ຕໍ່­ມາ­ອີກ­ນ ພິມ­ຄຳ­ວ່າ "cd sources" ແລ້ວ Enter
9. ສຸດ­ທ້າຍ­ແລ້­ວ ພິມ­ຄຳ­ວ່າ "setup" ແລ້ວ Enter

10. ເຢ່ເຢ່   ເລີ່ມ­ການ­ຕິດ­ຕັ້ງ windows 7




ຝາກກົດຕິດຕາມແດ່ເດີ


Post a Comment

0 Comments