ເທັກນິກການ ສະໝັກງານ ແບບມືອາຊີບ

ການ­ເຂົ້າໄປ­ສຳພາດ­ງານ­ຂອງ ມື­ໃໝ່­ສ່ວນ­ໃຫຍ່ ບໍ່­ຕື່ນຕົກ­ໃຈ ຈົນ­ເຮັດຫຍັງ­ບໍ່­ຖືກ ສ່ວນ­ໃຫຍ່­ກໍ­ມັກ­ຈະ­ບໍ່­ຮູ້­ຈັກ­ປະເດັນ­ທີ່­ຕົວ­ເອງ­ຕ້ອງ­ການ­ນຳ­ສະເໜີ ເຮັດໃຫ້­ເວລາ­ຖືກສຳພາດ­ຕອບ­ຄຳ­ຖາມ­ບໍ່­ກົງ­ປະ­ເດັນ ຫລື ຕອບ­ຄຳ­ຖາມແບບ­ບໍ່­ຖືກ­ຄຳ­ຖາມ
ດັ່ງ ນັ້ນ ຜູ້­ຫາ­ງານ­ມື­ໃໝ່ ຄວນ­ຝຶກ­ທົດສອບ­ການ­ຖາມຕອບ ຈາກ­ຜູ້­ຊ່ຽວຊານ ຫລື ຈາກ­ເພື່ອນ­ທີ່­ໄວ້­ໃຈ­ໄດ້ ເພື່ອ­ເປັນ­ການ­ຕຽມ­ພ້ອມ ແລະ ພະຍາຍາມ­ຕັ້ງ­ສະຕິ­ໃຫ້­ດີ ໃນ­ການ­ຕອບ ຢ່າ­ເຂົ້າໄປ­ສຳພາດ­ພຽງ­ເພື່ອ­ໃຫ້­ເຮົາ­ໄດ້ສຳພາດ ທຸກ­ການ­ສຳພາດ ຜູ້­ສຳພາດ­ມື­ໃໝ່­ຕ້ອງ­ທຳການບ້ານການເຮືອນມາ­ໃຫ້­ດີ ຫາ­ຂໍ້­ມູນ­ບໍລິສັດ ແລະ ຕຳແໜ່ງ­ງານ­ວ່າ ເຫດ­ໃດ­ບໍລິສັດ­ນີ້­ຈຶ່ງ­ໜ້າ­ສົນ­ໃຈ ມີ­ຈຸດໃດ­ທີ່­ເຮົາ­ຢາກ­ເຮັດວຽກ ແລະ ສະແດງ­ຄວາມ­ກະ­ຕື­ລື­ລົ້ນໃຫ້­ຜູ້­ສຳພາດ­ເຫັນ­ວ່າ ເຮົາ­ຕ້ອງ­ການເຮັດວຽກງານ­ທີ່­ນີ້ ຫລາຍກວ່າ­ຈະໃຫ້­ຜູ້­ສຳພາດ­ເຫັນ­ວ່າ ເຮົາ­ກໍ­ແຄ່­ເດັກ­ຈົບ­ໃໝ່ ເຮັດວຽກ­ທີ່­ໃດ­ກໍ­ໄດ້ ຫລື ອາການ­ສະແດງ­ຄວາມ­ບໍ່­ໃສໃຈ ຫລື ບໍ່­ສົນ­ໃຈ­ໃນ­ຕຳແໜ່ງ­ງານ ຫລື ໃນ­ຕົວ­ບໍລິສັດ­ທີ່­ເຮົາໄປ­ສຳພາດ

Post a Comment

0 Comments