10 ຄໍາຖາມຍາກທີ່ສຸດ ເມື່ອຕ້ອງສຳພາດງານ

10: ເປັນຫຍັງ­ເຈົ້າ­ເຖິງ­ສົນ­ໃຈ­ສະໝັກ­ຕຳແໜ່ງນີ້ ໃນ­ບໍລິສັດ­ນີ້
ຄຳ­ຕອບ­ທີ່­ໃຊ້­ບໍ່­ໄດ້: "ເພາະ­ວ່າ­ຂ້ອຍຕ້ອງການ­ເງີນ­ ຫລື­ ປະສົບການ ­ນີ້­ຈະ­ໝາຍ­ຄວາມ­ວ່າເຈົ້າ­ຈະ­ໃຊ້­ບໍລິສັດ­ນີ້­ເປັນ­ເໝືອນສະຖາ­ນີ­ຜ່ານ­ທາງ­ໄປ­ສູ່­ສິ່ງ­ທີ່ ດີກວ່າ ສິ່ງ­ທີ່ຕ້ອງ­ຈົດ­ຈຳ: ທຸກ­ບໍລິສັດ­ຕ້ອງ­ກາ­ນພະ­ນັກງານ­ທີ່­ເຮັດວຽກ­ໃນ­ບໍລິສັດ­ເປັນ­ລະ­ຍະ­ເວລາຍາວນານ
ຄຳ­ຕອບ­ທີ່­ດີ: ກ່ອນ­ອື່ນ­ຕ້ອງ­ກວດ­ສອບ­ຕົວເຈົ້າ­ເອງ­ກ່ອນ­ວ່າ­ເຈົ້າ­ຄົ້ນ­ຄວ້າ­ຂໍ້­ມູນ­ກ່ຽວກັບບໍລິສັດ­ ແລະ­ ງານ ທີ່­ເຈົ້າ­ສະໝັກ­ເປັນຢ່າງ­ດີ ອະທິບາຍ­ວ່າ­ເຈົ້າ­ເໝາະ­ສົມ­ກັບ­ຕຳແໜ່ງ­ທີ່­ສະໝັກ­ຢ່າງໃດ ລວມ­ເຖິງ­ໂອ­ກາດຂອງ­ງານ­ນີ້­ຈະ­ຊ່ວຍ­ເຈົ້າ­ພັດທະນາ­ທັກ­ສະແລະ ຄວາມ­ສາມາດ­ໄດ້­ຢ່າງໃດ ເວົ້າ­ເຖິງປະສົບການ­ທີ່­ຜ່ານມາ­ຂອງ­ເຈົ້າ (ຫລືກິດຈະກຳ­ທີ່­ເຮັດ­ເມື່ອ­ຮຽນ) ທີ່­ເຈົ້າ­ຮັກ ແລະ ­ມີ­ຄວາມ­ຊ່ຽວຊານ
" (ບໍລິສັດ ກ) ເປັນ­ທີ່­ຮູ້­ຈັກ­ກັນ­ຢ່າງ­ດີ­ໃນເລື່ອງ (ຈຸດ­ແຂງ­ຂອງ­ບໍລິສັດ) ຂ້ອຍຕ້ອງການເຮັດວຽກງານ­ກັບ­ບໍລິສັດ­ທີ່­ມີ­ການເຮັດວຽກງານ­ແບບ­ນີ້ (ງານ...) ນີ້­ຈະ­ຊ່ວຍພັດທະນາ­ທັກ­ສະ­ຂອງ­ຂ້ອຍ­ໃນ­ສ່ວນ (ຄວາມ­ສາມາດ­ແລະ­ຄວາມ­ສາມາດ­ພິເສດອື່ນໆຂອງເຮົາ) "

9: ເຈົ້າ­ລາ­ອອກຈາກ­ຕຳແໜ່ງ­ງານ­ປະຈຸບັນ­ດ້ວຍ­ສາ­ເຫດ­ໃດ ແລະ­ ເຈົ້າ­ປະ­ທັບ­ໃຈຫຍັງ­ກັບ­ບໍລິສັດ­ລ່າ­ສຸດ­ທີ່­ເຈົ້າ­ເຮັດວຽກ ຫ້າມ­ເວົ້າ­ເຖິງ­ເຈົ້າ­ນາຍ­ຄົນ­ເກົ່າ­ຂອງ­ເຈົ້າ­ໃນທາງ­ທີ່­ບໍ່­ດີ ການ­ຍຸ່ງ­ໃນ­ສິ່ງ­ທີ່­ບໍ່­ຖືກ­ເລື່ອງແລະ­ ການ­ລອບ­ກັດ­ຈະ­ຍ້ອນ­ກັບ­ມາ­ເຮັດຮ້າຍ­ຕົວ­ເຈົ້າ­ເອງ ເຮັດໃຫ້­ພາບ­ຂອງ­ເຈົ້າເບິ່ງ­ບໍ່­ດີ ໃນ­ທາງ­ກັບ­ກັນ ໃຫ້­ເນັ້ນ­ເຖິງ­ສິ່ງ­ທີ່ເຈົ້າ­ໄດ້­ຮຽນ­ຮູ້­ຈາກ­ບໍລິສັດ­ກ່ອນ­ໜ້າ­ນີ້ ໃຫ້ເນັ້ນ­ວ່າ­ເພາະ­ວ່າ ເຈົ້າ­ມອງ­ຫາ­ຄວາມ­ທ້າທາຍ­ທີ່­ຫລາຍ­ຂຶ້ນ ແລະ­ເຖິງ­ເວລາ­ທີ່­ຕ້ອງປັບ­ປ່ຽນ­ຕົວ­ເຈົ້າ­ເອງ­ແລ້ວ

8: ສິ່ງ­ທີ່­ເຈົ້າ­ຄາດ­ຫວັງ­ຈາກ­ຕຳແໜ່ງ­ງານນີ້ ໃຫ້­ເຈົ້າ­ເຂົ້າໃຈ­ເຖິງ­ຫນ້າທີ່­ຮັບ­ຜິດຊອບຂອງ­ງານ­ກ່ອນ ເຂົ້າໃຈ­ເຖິງ­ແຮງ­ກົດ­ດັນ­ທີ່ເກີດຂື້ນ ແລ້ວ­ຕອບ­ວ່າ­ເຈົ້າ­ຕ້ອງ­ການ­ຮຽນຮູ້­ຄວາມ­ຮັບ­ຜິດຊອບ­ເຫລົ່າ­ນີ້ ­ແລະ­ ຢາກຈະ­ຜະເຊີນ­ໜ້າ­ກັບ­ຄະ­ວາມ­ກົດ­ດັນທັງຫລາຍ­ທີ່­ມີ
7: ໃນ­ຫ້າ­ປີ­ຂ້າງ­ໜ້າ ເຈົ້າ­ມອງ­ພາບ­ຕົວເຈົ້າ­ເອງ­ວ່າ­ເປັນ­ຢ່າງໃດ ສຳລັບ­ຜູ້­ຈັດການຫລາຍ­ໆ ຄໍາ­ຖາມ­ນີ້­ເປັນ­ຄຳ­ຖາມ­ທີ່­ທ້າ­ທາຍຢ່າງ­ຫລາຍວ່າ­ເຈົ້າ­ຈະ­ຕອບ­ໃຫ້­ຕົວ­ເອງ­ໄດ້ເກີດ­ຫລື­ຕາຍ­ໄປ­ເລີຍ! ໂປດ­ກວດ­ສອບວ່າ­ເຈົ້າ­ເຫັນ­ຄວາມ­ກ້າວ­ໜ້າ­ໃນ­ອາ­ຊີບ­ການງານ­ທີ່­ດີ ກ່ອນທີ່ຈະ­ເຂົ້າ­ສຳພາດ ຊຶ່ງສະແດງ­ໃຫ້­ເຫັນ­ວ່າ­ເຈົ້າ­ມີ­ເປົ້າ­ໝາຍ­ທີ່­ເຈົ້າກຳນົດ­ໄວ້
6: ເຈົ້າ­ຄິດວ່າ­ເຈົ້າ­ຈະ­ຊ່ວຍ­ຫນ່ວຍ­ງານ­ນີ້ໄດ້­ດີ­ທີ່ສຸດ­ທີ່­ຈຸດ­ໃດໃຫ້­ເຈົ້າ­ຄິດ­ໃຫ້­ດີ­ວ່າ­ເຈົ້າມີ­ຄວາມ­ເກັ່ງ­ໃນ­ເລື່ອງ­ໃດ ຈຳ­ໄວ້­ວ່າ­ການອົບຮົມ­ ແລະ­ ປະສົບການປະ­ການເຮັດວຽກງານ­ທີ່­ຜ່ານມາ­ຂອງ­ເຈົ້າ­ຈະ­ຊ່ວຍ­ເຈົ້າໄດ້ ໂດຍ­ຄິດວ່າ­ຈະ­ນຳ­ປະສົບການເຫລົ່ານັ້ນ­ມາ­ຊ່ວຍ­ເຈົ້າ­ໃຫ້­ຫລາຍ­ທີ່ສຸດ­ໄດ້ຢ່າງໃດ ແລະ­ ນຳ­ໄປ­ໃຊ້­ໃຫ້­ກົງ­ກັບ­ຄວາມຕ້ອງ­ການ­ຂອງ­ບໍລິສັດ ແລະ­ ກັບ­ງານ­ທີ່ເຈົ້າ­ສະໝັກ­ດ້ວຍ
5: ເຈົ້າ­ຈັດການ­ກັບ­ຄຳ­ວິ­ຈານຢ່າງໃດ ທັງຈາກ­ເຈົ້າ­ນາຍ ຫລື­ຈາກ­ເພື່ອນ­ຮ່ວມ­ງານ
ຈົ່ງ­ຍອມ­ຮັບ­ວ່າ­ຄຳ­ວິ­ຈານ­ລ້ວນ­ເຮັດໃຫ້­ເຈັບປວດ ແຕ່­ກໍ­ເປັນ­ຄູ­ທີ່­ດີ­ດ້ວຍ­ເຊັ່ນ­ກັນ ຍົກຕົວ­ຢ່າງ­ທີ່­ຜ່ານມາ­ຊຶ່ງ­ເຈົ້າ­ໄດ້ຮັບ­ຄຳວິຈານນ໌­ໃນ­ທາງ­ລົບ ແລະ ­ເຖິງວ່າ­ເຈົ້າ­ຈະເຈັບ­ປວດ­ກັບ­ຄຳ­ວິ­ຈານ­ເຫລົ່າ­ນັ້ນ ແຕ່­ເຈົ້າກໍ­ຜະເຊີນ­ໜ້າ­ກັບ­ມັນ ແລະ­ ນຳ­ຄຳວິຈານເຫລົ່າ­ນັ້ນ­ມາ­ປັບປຸງ­ຕົວ­ເຈົ້າ­ເອງ
4: ເຈົ້າ­ຈັດການ­ກັບ­ຄວາມ­ກົດ­ດັນ­ຢ່າງໃດ
ຂໍ­ໃຫ້­ເວົ້າ­ຕາມ­ກົງ ບໍ່­ມີ­ໃຜ­ເປັນ­ຄົນ­ວິ­ເສດເລີດ­ເລີ ຂໍ້­ທຳອິດ ໃຫ້­ອະທິບາຍ­ປະ­ເພດຂອງ­ຄວາມ­ກົດ­ດັນ­ທີ່­ເຈົ້າ­ຄຸ້ນ­ເຄີຍແລະ ສາມາດ­ຈັດການ­ກັບ­ມັນ­ໄດ້­ໂດຍ­ງ່າຍ (ເຊັ່ນ ກໍານົດ­ເວລາ­ໃນ­ການເຮັດວຽກງານ) ຈາກ­ນັ້ນ­ຍອມ­ຮັບ­ວ່າ­ແຮງກົດດັນ­ປະ­ເພດນີ້ ເຮັດໃຫ້­ເຈົ້າ­ຈັດການ­ກັບ­ສະຖານນະການ­ທີ່­ຮ້າຍແຮງ­ໄດ້ (ເຊັ່ນ ຄິດ­ງານ­ບໍ່ອອກ­ເພາະ­ບັນ­ຢາ­ກາດ­ໃນການເຮັດວຽກງານ­ບໍ່­ເອື້ອ­ອຳ­ນວຍ) ແຕ່­ໃຫ້­ເວົ້າ­ປິດ­ປະເດັນ­ໃນ­ແງ່­ບວກ ໂດຍ­ຍົກ­ຕົວ­ຢ່າງ­ວິທີການ­ປັບປຸງ­ຈຸດ­ອ່ອນເຫລົ່າ­ນັ້ນ­ຂອງ­ເຈົ້າ
3: ເຈົ້າ­ຄິດວ່າ­ເຈົ້າ­ຈະ­ປັບປຸງ­ຕົວ­ເຈົ້າ­ເອງໄດ້­ຢ່າງໃດ ທັງ­ໃນ­ແງ່­ຂອງ­ທັກ­ສະ­ຄວາມສາມາດ ຫລື ໃນ­ດ້ານ­ອຸບ­ນິ­ໄສ
ຄຳ­ຖາມ­ນີ້­ແຍກ­ຍ່ອຍ­ມາ­ຈາກ­ຂໍ້ 2. ຜູ້ສຳພາດ­ຕ້ອງ­ການ­ຄວາມ­ຊື່ສັດ ບໍ່ແມ່ນການ­ຕົວະ­ ເບີ່ງ­ຕົວ­ເຮົາເອງ
ເບິ່ງ­ວ່າ­ສິ່ງ­ໃດ­ທີ່­ເຈົ້າ­ຕ້ອງ­ການ­ປັບປຸງ ເປັນເລື່ອງ­ທັກ­ສະ­ດ້ານ­ການ­ສື່­ສານ ຄວາມ­ຮອບຮູ້ ຫລື­ຄວາມ­ສຳພັນ­ກັບ­ຜູ້­ອື່ນໃນສັງຄົມ ໃຫ້­ເຈົ້າ­ຍອມ­ຮັບ­ໃນ­ເລື່ອງ­ຈຸດ­ອ່ອນຂອງ­ຕົວ­ເຈົ້າ­ເອງ ແລະ­ເວົ້າ­ປິດ­ປະ­ເດັນ­ວ່າເຈົ້າ­ກຳ­ລັງ­ປັບປຸງ­ຕົວ­ເຈົ້າ­ເອງໃຫ້­ດີ­ຂຶ້ນ (ເຂົ້າ­ອົບຮົມ­ເພິ່ມເຕີມ­ໃນ­ໂຮງຮຽນ ການ­ສະໝັກ­ເປັນ­ສະມາຊິກ­ຊົມ­ລົມ­ທົ່ວ­ໆໄປ ເປັນຕົ້ນ)
2: ສິ່ງ­ທີ່­ເຈົ້າ­ສາມາດ­ທຸ້ມເທ­ໃຫ້­ກັບ­ບໍລິສັດ ທີ່­ຜູ້­ອື່ນ­ບໍ່­ສາມາດ­ເຮັດ­ໄດ້
ຄຳ­ຖາມ­ນີ້­ເປີດ­ໂອ­ກາດ­ໃຫ້­ເຈົ້າ­ສະແດງຄຸນສົມບັດ­ເດັ່ນ­ຂອງ­ເຈົ້າ­ເອງ ໃນ­ການສຳພາດ­ງານ ເຈົ້າ­ຕ້ອງ­ຂາຍ­ຕົວ­ເຈົ້າ­ເອງ ນຳ­ປະສົບການ ຄວາມ­ສາມາດ ແລະ­ ອຸບປະນິ­ໄສ­ຂອງ­ເຈົ້າ­ມາ­ໃຊ້­ໃຫ້­ເກີດ­ປະໂຫຍດ ໃຫ້­ເຈົ້າ ເປັນ­ຄົົນທີ່­ບໍລິສັດຕ້ອງການ ຄິດຍ້ອນ­ກັບ­ໄປ­ເຖິງ­ປະສົບການ­ທີ່­ຜ່ານມາ­ທີ່­ບໍ່ມີ­ໃຜ­ຈະ­ນຶກ­ເຖິງ ຫລື­ເມື່ອ­ເຈົ້າ­ມີ­ໄອ­ເດຍ­ອັນບັນ­ເຈີດ­ຊຶ່ງ­ເຮັດໃຫ້­ທຸກ­ຄົນ­ຫລົງ­ໃຫລ­ໄດ້ມາແລ້ວ
1: ຄຳ­ຖາມ­ທີ່­ນິຍົມ­ຖາມ­ຫລາຍ­ທີ່ສຸດ ຄື ເປັນຫຍັງ­ບໍລິສັດ­ເຮົາ­ຈຶ່ງ­ຕ້ອງ­ຈ້າງ­ເຈົ້າ
ຄຳ­ຕອບ­ທີ່­ຖືກ­ຕ້ອງ­ໜຶ່ງ­ຄຳ­ຕອບ­ສຳລັບ­ຄຳຖາມ­ນີ້ ຄື "ຜົມ­ຈະ­ຊ່ວຍ­ໃຫ້­ບໍລິສັດ­ມີ­ລາຍໄດ້­ເພີ່ມ­ຂຶ້ນ"
ຕອບ­ຄຳ­ຖາມ 9 ຂໍ້­ແຮກ­ໃຫ້­ດີ ແລະ­ເຈົ້າຈະ­ບໍ່­ຕ້ອງ­ລຳ­ບາກ­ເມື່ອ­ເຖິງ­ຄຳ­ຖາມ­ໃນ­ຂໍ້­ນີ້ ເພາະ­ເຈົ້າ­ໄດ້­ພິສູດ­ຄຸນຄ່າ­ຂອງ­ຕົວ­ເຈົ້າ­ເອງໄວ້­ໃນ 9 ຂໍ້­ແຮກ­ແລ້ວ!!

Post a Comment

0 Comments