ຫາກຂາດຄູ່ແຂ່ງແລ້ວເຮົາຈະຮູ້ໄດ້ຢ່າງໃດວ່າ ຕົວເອງມີສັກຍະພາບໃນການເຮັດວຽກງານພຽງໃດ

ບົດຄວາມຂໍ້ຄິດ ຍົກ­ຕົວ­ເອງ­ຂຶ້ນ ໂດຍ­ບໍ່­ຫຼຸດ­ຄົນອື່ນ­ລົງ



ອາຈານ­ຄົນ­ໜຶ່ງ­ຊວນ­ລູກ­ສິດ­ໄປ­ຍ່າງ­ຫລິ້ນ­ທີ່­ຊາຍ­ຫາດ
ອາຈານ­ໄດ້­ເລີ່ມ­ສອນ­ລູກ­ສິດ ດ້ວຍ­ການ­ໃຊ້­ໄມ້­ ຂີດ­ເສັ້ນສອງ­ເສັ້ນ­ລົງ­ໄປ­ເທິງ­ຜືນ­ຊາຍ ເປັນ­ເສັ້ນ­ຄູ່­ຂະ­ໜານ ຍາວ 40 ແລະ 20 ເຊັນ ຕາມ­ລຳ­ດັບ
ອາຈານ­ກ່າວ­ວ່າ ເຈົ້າສາມາດ­ເຮັດໃຫ້­ເສັ້ນ 20 ເຊັນ ຍາວກວ່າ­ເສັ້ນ 40 ເຊັນ ໄດ້­ຫລື­ບໍ່ ­ລອງ­ເຮັດໃຫ້­ອາຈານເບິ່ງ­ດູ
ລູກ­ສິດໄດ້­ຄິດ­ຫາ­ວິທີທາງ­­ດົນເຕີບ ແລ້ວ­ກໍ­ເອົາ­ມື­ລົບ­ຮອຍເສັ້ນ­ທີ່­ຍາວ 40 ເຊັນ ໃຫ້­ສັ້ນ­ລົງ­ເຫລືອ­ພຽງ 10 ເຊັນ ເຮັດໃຫ້­ເສັ້ນ 20 ເຊັນ ­ນັ້ນ­ເບິ່ງ­ຍາວ­ກວ່າ­ທັນ­ທີ ແລ້ວສິດກໍ­ຖາມອາຈານ­ວ່າ ເຮັດ­ແບບ­ນີ້­ໃຊ້­ໄດ້­ບໍ່
ຫຍຽບ­ຫົວ­ຄົນ­ອື່ນ ເພື່ອ­ໃຫ້­ຕົວ­ເອງ­ຢູ່­ສູງ­ຂຶ້ນ
ອາຈານ­ສັບໝາກ ກອກ ­ລູກ­ສິດຄ່ອຍ ໆ ແລ້ວ­ກ່າວ­ວ່າ ຄົົນທີ່­ຈະ­ຍົກ­ຕົນເອງ­ໃຫ້­ສູງ­ຂຶ້ນ ໂດຍ­ການເຮັດ­ຮ້າຍ­ໃຫ້­ຄົນອື່ນ­ນັ້ນ ບໍ່ແມ່ນ­ວິທີ­ທີ່­ເໝາະ­ສົມ ຖ້າ­ເລືອກ­ໃຊ້­ວິທີ­ນີ້ ຊີວິດເຈົ້າກໍ­ມີ­ແຕ່­ຄົນ­ສາບແຊ່ງ ແລະ­ ຕໍ່ໄປ­ຊີວິດ­ມັກ­ຈະເຈີແຕ່ຄວາມລົ້ມເຫລວ ທາງ­ທີ່­ດີ­ຄວນ­ເລືອກ­ວິທີ­ທີ່­ຈະ­ຍົກ­ຕົວເອງ­ຂຶ້ນ ໂດຍ­ບໍ່ໄປ­ລຸດ­ຄົນ­ອື່ນ­ລົງ
ແລ້ວ­ອາຈານ­ກໍ­ຂີດ­ເສັ້ນ­ສອງ­ເສັ້ນ­ໃຫ້­ຍາວ­ເຊັ່ນ­ເດີມ ຄື 20 ແລະ 40 ເຊັນຕີ ຈາກ­ນັ້ນ­ອາຈານ­ກໍ­ເຮັດໃຫ້­ເບິ່ງ­ດ້ວຍການຂີດ­ເສັ້ນ 20ເຊັນ­ໃຫ້­ຍາວ­ຂຶ້ນ­ເປັນ 50 ເຊັນແລ້ວເວົ້າ­ວ່າ ຈົ່ງ­ຢ່າ­ຄິດວ່າ­ຄູ່­ແຂ່ງ­ຂອງ­ເຈົ້າ­ຄື­ສັດຕູ ແຕ່­ໃຫ້­ຄິດວ່າ­ເປັນ­ຄູ­ ເປັນ ອາຈານ­ເຈົ້າທີ່­ເຈົ້າ­ຈະ­ຕ້ອງ­ພັດທະນາຕົວ­ເອງ­ໃຫ້­ທຽບ­ເທົ່າ­ຫລື­ດີກວ່າ ມັນ­ຈະ­ເຮັດໃຫ້­ເຈົ້າ­ໄດ້ກ້າວ­ໄປ­ຂ້າງ­ໜ້າ­ຢ່າງ­ງົດ­ງ່າ­ງາມ­ແລະ­ຍັ່ງ­ຍືນ
ຜູ້­ທີ່­ເລື່ອນ­ຕົວ­ເອງ­ຂຶ້ນ ໂດຍ­ການ­ຂ້າ­ນ້ອງ ຟ້ອງ­ນາຍ ແລະ­ ຂາຍ­ເພື່ອນ ເຖິງແມ່ນ­ຈະ­ເຮັດໃຫ້­ຕົນເອງ­ປະ­ສົບຄວາມສຳເລັດ ແຕ່­ນັ້ນ­ກໍ­ເປັນ­ຄວາມ­ສຳ­ເລັດ­ທີ່­ປາດສະຈາກ­ກຽດ­ຕິຄຸນ ບໍ່­ອາດ­ເວົ້າ­ໄດ້­ຢ່າງ­ເຕັມ­ພາກພູມ ການເລື່ອນ­ຕົວ­ເອງຂຶ້ນ­ໂດຍ­ວິທີ­ທີ່­ບໍ່­ມັກ­ທຳ ກັບ­ການ­ເລື່ອນ­ຕົວເອງ­ຂຶ້ນ­ໄປ ໂດຍປ່ອຍ­ໃຫ້­ຜູ້­ອື່ນ­ໄດ້­ກ້າວ­ໄປ­ທາງ­ຂອງ­ພວກເຂົາ­ຢ່າງ­ເສ­ລີ­ນັ້ນ ຍ່ອມ­ສົ່ງ­ຜົນ­ລັບທີ່­ຕ່າງ­ກັນ
ຫາກ­ຂາດ­ຄູ່­ແຂ່ງ­ແລ້ວ­ເຮົາ­ຈະ­ຮູ້­ໄດ້­ຢ່າງໃດ­ວ່າ ຕົວ­ເອງ­ມີສັກຍະ­ພາບ­ໃນ­ການເຮັດວຽກງານ­ພຽງ­ໃດ !!ບໍ່ມີຄົນຂີ້ຮ້າຍ­ ກໍ່ບໍ່ຮູ້ຈັກຄວາມ­ສວຍງາມ!!
!! ນັກ­ສູ້­ທີ່­ດີ­ມັກ­ຊື່ນ­ຊົມ­ຄູ່­ຕໍ່ສູ້­ທີ່­ເກັ່ງ ເພາະ­ຄູ່­ຕໍ່ສູ້­ທີ່­ອ່ອນແອ ຈະເຮັດໃຫ້­ໄຊ­ຊະນະ­ຂອງ­ພວກເຂົາ­ບໍ່­ຍັ່ງ­ຍືນ ­ແລະ ­ບໍ່ພາກພູ­ໃຈ!! ດັ່ງ­ນັ້ນ? ເມື່ອ­ໄດ້­ພົບ­ກັບ­ຄູ່­ແຂ່ງ­ທີ່­ແຂງ­ແກ່ງແລະ­ສະຫລາດຫຼາຍ ກໍ­ຍິ່ງ­ກະຕຸ້ນ­ໃຫ້­ເຮົາ­ຮູ້­ຈັກ­ພັດທະນາຕົນເອງ­ໃຫ້­ດີ­ຍິ່ງ­ຂຶ້ນ
ການ­ເລື່ອນ­ຕົວ­ເອງ­ຂຶ້ນ­ພ້ອມ­ກັບ­ລຸດ­ຄົນ­ອື່ນ­ລົງ ເຈົ້າ­ອາດຈະ­ຊະນະ ແຕ່­ກໍ­ມີ­ສັດຕູ­ຕາມ­ມາ­ດ້ວຍ
ແຕ່­ການ­ເລື່ອນ­ຕົວ­ເອງ­ຂຶ້ນ­ໂດຍ­ບໍ່­ລຸດ­ຄົນ­ອື່ນ­ລົງ ເຈົ້າຈະເປັນຜູ້­ຊະນະ ພ້ອມ­ກັບ­ຍັງມີ­ເພື່ອນ­ເພີ່ມ­ຂຶ້ນ ແລະ­ໜຶ່ງ­ໃນນັ້ນ ອາດເປັນຄູ່ແຂ່ງເຮົາເອງ

Post a Comment

0 Comments