ເຫດຜົນການ Root Android ຄືເພື່ອຫຍັງ






ເຫດຜົນການ Root Android ຄືເພື່ອຫຍັງ 
ການ Root Android ຄື­ຫຍັງ ເປັນ­ຄຳຖາມ­ທີ່­ມັກ­ເກີດ­ຂຶ້ນ­ກັບ­ມື­ໃໝ່­ຜູ້­ເລີ່ມ­ໃຊ້ android ເພາະ­ຄຳ­ນີ້­ຖືກ­ຍິບ­ຍົກ­ຂຶ້ນ­ມາ­ໃຊ້ເລື້ອຍ ໆ ໃນ­ກຸ່ມ­ຜູ້­ໃຊ້­ງານ­ອຸປະກອນ android ຊຶ່ງ­ກ່ອນ­ຈະ­ເຮັດ­ຄວາມ­ຮູ້­ຈັກກັບ "Root" ຄົງ­ຕ້ອງ­ຍ້ອນ­ກັບ­ໄປ­ເບິ່ງພື້ນຖານ­ຂອງ­ລະບົບ­ປະຕິບັດການ Android ກັນ­ເສຍ­ກ່ອນ
Android ພັດທະນາ­ມາ­ຈາກລະບົບ­ປະຕິບັດການ Unix ຊຶ່ງ­ມີ­ຄວາມສາມາດ­ໃນ­ເລື່ອງ­ຂອງ­ການ­ຈັດການ­ສິດ­ທິ­ຜູ້ໃຊ້­ງານ (User) ຜູ້­ໃຊ້­ງານ­ຈະ­ຖືກກຳນົດສິດ­ທິ­ໃຫ້­ເຂົ້າໄປ­ອ່ານ ຫລື­ຂຽນ­ໄຟລ໌­ໄດ້ແຕກ­ຕ່າງ­ກັນ ໂດຍ­ຈະ­ມີ­ຜູ້­ໃຊ້­ງານ­ທີ່­ມີສິດທິສູງ­ສຸດ ທີ່­ສາມາດ­ເຂົ້າໄປ­ອ່ານ ຫລືຂຽນໄຟລ໌­ໄດ້­ທຸກ­ຢ່າງ­ພາຍ­ໃນ­ລະບົບ ຊຶ່ງ­ຜູ້ໃຊ້ງານ­ຄົນ­ນັ້ນ­ຄື "Root" ຖ້າ­ປຽບທຽບກັບລະບົບ­ປະຕິບັດການ Windows ທີ່ຄົນ­ສ່ວນ­ໃຫຍ່­ຄຸ້ນ­ເຄີຍ­ກັນ­ດີ "Root" ກໍຄື "Administrator" ນັ້ນ­ເອງ
ຈາກ­ທີ່­ໄດ້­ກ່າວ­ໄປ­ຂ້າງ­ຕົ້ນ ຈະ­ຂໍ­ແຍກ­ກຸ່ມ­ຂອງ­ຜູ້­ໃຊ້ android ອອກເປັນ 2 ປະ­ເພດ ເຊັ່ນ­ດຽວ­ກັບ­ພື້ນ­ຖານຂອງ­ລະບົບ ນັ້ນ­ຄື­ກຸ່ມ­ຜູ້­ໃຊ້­ງານ­ທົ່ວ­ໄປ (User) ທີ່­ໃຊ້­ງານ­ເທົ່າ­ທີ່­ລະບົບ­ມີ­ໃຫ້ ກັບກຸ່ມ­ຜູ້­ໃຊ້­ງານ­ທີ່­ຕ້ອງ­ການ­ສິດ­ທິ­ເພື່ອ­ປັບປ່ຽນ­ລະບົບ­ຕາມ­ຄວາມ­ຕ້ອງ­ການ (Super User) ແລ້ວ­ຜູ້­ໃຊ້­ກຸ່ມ­ນີ້­ຕ້ອງ­ການ­ສິດ­ທິ­ນັ້ນ ຫລື Root ເພື່ອ­ຫຍັງ ກໍ­ມີ­ເຫດຜົນຫລັກ ໆ­ທີ່­ພໍ­ສະຫລຸບ­ໄດ້­ດັ່ງ­ນີ້­

1. Root ເພື່ອ­ຊື້ application ຈາກ Market

ເນື່ອງ­ຈາກ google ບໍ່­ເປີດໃຫ້­ປະເທດ­ເຮົາ­ຊື້ application ຈາກ market ຈຶ່ງ­ຈຳ­ເປັນ­ຕ້ອງ root ແລ້ວ­ໃຊ້ Market Enabler ເພື່ອ­ແປງ­ຜູ້­ໃຫ້ບໍລິການ­ເຄືອ­ຂ່າຍ (Fake Provider) ໃຫ້­ສາມາດ­ເຂົ້າໄປ­ຈັບ­ຈ່າຍ­ເທິງ Market ໄດ້
***ປະຈຸບັນ­ຜູ້­ໃຊ້­ໃນ­ປະເທດ­ລາວຊື້­ແອບຈາກ Android Market ໄດ້­ແລ້ວ

2. Root ເພື່ອ­ຕິດ­ຕັ້ງ Application ທີ່ຕ້ອງ­ການ­ສິດ­ທິ root

appplication ສ່ວນ­ໃຫຍ່­ທີ່ກ່ຽວກັບ­ການ­ປັບ­ແຕ່ງ­ລະບົບ­ຈຳ­ເປັນ­ຕ້ອງໄດ້­ສິດ­ທິ root ເຖິງ­ຈະ­ໃຊ້­ງານ­ໄດ້ ເຊັ່ນ Super Manager ສຳລັບ­ປັບ­ແຕ່ງ­ການ boot, Root Uninstaller ສຳລັບ­ຖອນ application ທີ່­ມາ­ກັບ­ເຄື່ອງ ເປັນ­ຕົ້ນ

3. Root ເພື່ອ­ເພີ່ມ­ປະ­ສິດ­ທິ­ພາບ­ການ­ໃຊ້ງານ

- ຕິດ­ຕັ້ງ Rom ທີ່­ດັດ­ແປງ­ມາ ຂໍ້­ນີ້­ຈະ­ເປັນ­ສະເພາະ­ກຸ່ມ­ຜູ້­ໃຊ້­ຊັ້ນ­ຊຽນທີ່­ຈະ­ນຳ Rom ທີ່­ຜ່ານ­ການ­ດັດ­ແປງ ມາໃຊ້­ແທນ Rom ເດີມ­ຂອງ­ເຄື່ອງ­ແຕ່­ລະ­ລຸ້ນ ເພື່ອ­ປັບ­ປ່ຽນ­ການເຮັດວຽກງານ­ຂອງລະບົບ­ໃຫ້ເປັນ­ໄປ­ຕາມ­ຄວາມ­ຕ້ອງ­ການ ເຊັ່ນ ເພື່ອ­ເພີ່ມ­ຄວາມ­ໄວ­ເຄື່ອງ ເພື່ອແກ້­ໄຂ­ບັນຫາ­ຕ່າງໆ ­ທີ່ເກິດຂື້ນ­ກັບ Rom ມາດຕະຖານ ເປັນ­ຕົ້ນ
- ແກ້­ໄຂ­ຂໍ້­ຈຳ­ກັດ­ບາງຢ່າງ ເນື່ອງ­ດ້ວຍ Android ທີ່­ອອກ­ມາແຕ່­ລະ­ລຸ້ນ­ຄື ­ກັບ­ຈະ­ປ່ອຍ­ຄຸນສົມບັດ­ບາງຢ່າງ­ອອກ­ມາ­ບໍ່­ໝົດ ເຊັ່ນ ການ­ຕິດ­ຕັ້ງ application ລົງ SD Card (app2SD) ກໍ­ເລີ່ມ­ມີ­ໃນ android 2.2 ລຸ້ນ­ກ່ອນ­ໜ້ານັ້ນ­ຈຶ່ງ­ຈຳ­ເປັນ­ຕ້ອງ root ເພື່ອ­ເຮັດ app2SD ໃນ­ການ­ແກ້­ບັນຫາ­ຄວາມ­ຈຸພາຍ­ໃນ­ເຄື່ອງ­ເຕັມ ເປັນ­ຕົ້ນ

4. Root ເພື່ອ­ຕິດ­ຕັ້ງ­ພາສາ­ລາວ ຫຼື ໄທ

ເຫດຜົນ­ນີ້­ສ່ວນ­ໃຫຍ່­ຈະ­ເກີດຂຶ້ນ­ກັບ­ຜູ້­ໃຊ້­ ­ເຄື່ອງ­ມາ­ຈາກ­ປະເທດນອກ ຍ່ອມ­ບໍ່­ມີ­ພາສາ­ໄທ­ - ລາວ ຮອງ­ຮັບ­ຄືກັບເຄື່ອງ­ສູນ­ ຫລື­ເຄື່ອງ­ທີ່­ມີ­ພາສາ­ໄທ-ລາວ ຢູ່­ແລ້ວ ແຕ່­ບໍ່­ພໍ­ໃຈ­ຟອນຕ໌­ທີ່­ມີ­ຢູ່ ກໍ­ຈຳ­ເປັນຕ້ອງ root ເພື່ອ­ຕິດ­ຕັ້ງ­ພາສາ­ຕາມ­ທີ່ຕ້ອງການ
ທັງ­ໝົດ­ເປັນພຽງ­ເຫດຜົນບາງ­ສ່ວນ­ທີ່­ຈະ­ນຳ­ໄປ­ສູ່­ການ­ຕັດ­ສິນ­ໃຈ root ແຕ່­ຜູ້­ໃຊ້­ສ່ວນ­ໃຫຍ່­ໂດຍ­ສະເພາະ­ກຸ່ມຜູ້­ໃຊ້ android 2.2 ເປັນ­ຕົ້ນ­ມາ ຄົງ­ຍັງ­ບໍ່ເຫັນ­ເຖິງ­ຄວາມ­ຈຳ­ເປັນ­ເທົ່າໃດ ຍົກ­ເວັ້ນນັກ­ພັດທະນາ­ທັງ­ຫລາຍ




Post a Comment

0 Comments